
1. ຝຶກທັກສະ ແລະ ແນະນຳກົນໄກການບໍລິຫານຜົນງານແບບຕໍ່ເນື່ອງໃຫ້ບັນດາຄະນະພະແນກສຳເລັດໃນໄຕມາດ 01
2. ກຳນົດ KPI Inventory ສຳເລັດໄຕມາດ1
2.1. ສຳຫຼວດຕົວຊີ້ວັດຫຼັກຂອງແຕ່ລະຕຳແໜ່ງງານໃຫ້ສຳເລັດໃນເດືອນມັງກອນ
2.2. ສ້າງເຄື່ອງມືການເກັບກຳຕົວຊີ້ວັດ kpi ຫຼັກຂອງແຕ່ລະຕຳແໜ່ງໃຫ້ສຳເລັດພາຍໃນເດືອນກຸມພາ
3. ສ້າງ Pulse survey ກ່ຽວກັບການມີສ່ວນຮ່ວມຂອງພະນັກງານ
3.1. ສ້າງຄຳຖາມໃນການເກັບກຳຂໍ້ມູນເພື່ອເປັນຂໍ້ມູນພຶ້ນຖານຂອງປີ 2019 ພາຍໃນເດືອນກຸມພາ
3.2. ຊຸກຍູ້ໃຫ້ພະນັກງານຕອບແບບສອບຖາມໃຫ້ໄດ້ 80% ຂອງພະນັກງານທັງໝົດ
4. ກຳນົດຕົວຊີວັດມາດຕະຖານສຳລັບວັດປະສິດທິພາບການດຳເນີນງານຂອງອົງກອນ
4.1. ກຳນົດນິຍາມ ຂອງຕົວຊີ້ວັດປະສິດທິພາບ ທັງ3 ຕົວ
4.2. ກຳນົດລາຍຈ່າຍຂອງແຕ່ລະພາກສ່ວນອອກໃຫ້ຊັດເຈນໃນບົດແນະນຳການນຳໃຊ້ເງິນແຮຮ່ວງບໍລິຫານ ສຳເລັດໃນອາທິດທຳອິດຂອງເດືອນມັງກອນ
4.3. ກຳນົດວີທີີການວັດແທກ ແລະ ວິທີການເກັບກຳຂໍ້ມູນ ຂອງ 3 ຕົວຊີ້ວັດ
5. ຄວບຄຸມຄວາມສ່ຽງຫຼັກທາງດ້ານການເງິນ
6. ສ້າງແຜນຄາດຄະເນທາງການເງິນ ທັງ 3ແຜນ
6.1. ລວບລວມຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງທັງ5ພາກສ່ວນ ໃຫ້ໄດ້ 4ພາກສ່ວນ ພາຍໃນ ເດືອນ ມັງກອນ
6.2. ສ້າງແບບຟອມຂອງແຜນຄາດຄະເນທາງການເງິນ ສຳເລັດ 2 ແຜນ (ງົບປະມານແລະກະແສເງິນສົດ)
6.3. ສ້າງແຜນຄາດຄະແນທາງການເງິນ ສຳເລັດ 2 ແຜນ( ກະແສເງິນສົດແຜນງົບປະມານ) ໃຫ້ສຳເລັດພາຍໃນດືອນມັງກອນ
7. ການເຄື່ອນຍ້າຍລະບົບ Corebanking
7.1. ແຜນໃນການຮອງຮັບການເຄື່ອນຍ້າຍລະບົບ Corebanking ພາຍໃນເດືອນມັງກອນ
8. ໂຄສະນາຜະລິດຕະພັນໃໝ່ໃຫ້ກັບລູກຄ້າກຸ້ມບຳນານ ໂດຍລົງພົວພັນກັບຫ້ອງການສະຫວັດດີການແຮງງານແຕ່ລະຕົວເມືອງໃນ 10 ຕົວເມືອງ ເພື່ອຂໍເຜິຍແຜ່ຜະລິດຕະພັນໃຫ້ຜູ້ທີ່ຍັງບໍ່ຮູ້ໃຫ້ຮັບຮູ້ ໃຫ້ໄດ້ຈຳນວນ 100 ທ່ານ
9. ຂະຫຍາຍຖານລູກຄ້າເງິນກູ້ ແລະ ເພີ່ມຍອດເຫຼືອເງິນກູ້
9.1. ພາກສ່ວນບໍລິການ - COO
9.1.1. ໃຫ້ມີລູກຄ້າໃໝ່ (ສະມາຊິກໃໝ່) ເພີ່ມຂຶ້ນ 810 ຄົນໃນໄຕມາດທີ 1
9.1.1.1. ພະແນກບໍລິການ
9.1.1.1.1. ເພີ່ມຈຳນວນລູກຄ້າໃໝ່ໃຫ້ໄດ້300ຄົນຕໍ່ໄຕຣມາດ
9.1.1.2. ໜ່ວຍສາລະວັນ
9.1.1.2.1. ເພີ່ມລູກຄ້າທະຫານ 75 ຄົນ ແລະ ລູກຄ້າບຳນານ 125 ຄົນໃນ ໄຕມາດ 01
9.1.1.3. ໜ່ວຍເຊກອງ
9.1.1.3.1. ຈຳນວນໂຮງຮຽນໃນເມືອງທ່າແຕງຕ້ອງລວບລວມໃຫ້ໄດ້ຢ່າງໜ້ອຍ 30 ໂຮງຮຽນ ແລະ ໂຮງຮຽນໃນເມືອງດັກຈຶງໃຫ້ໄດ້ຢ່າງໜ້ອຍ 10 ໂຮງຮຽນ
9.1.1.4. ໜ່ວຍອັດຕະປື
9.1.1.4.1. ຈະໃຫ້ມີລູກຄ້າທີ່ຢູ່ຫ່າງໄກມາໃຊ້ບໍລິການຢ່າງໜ້ອຍ60ຄົນພາຍໃນເດືອນມັງກອນ
9.1.2. ດຶງລູກຄ້າທີ່ປິດບັນຊີໄປແລ້ວໃຫ້ກັບມາໃຊ້ບໍລິການອີກໃຫ້ໄດ້ 50 ຄົນຕໍ່ແຂວງພາຍໃນໄຕມາດ 1
9.1.2.1. ພະແນກບໍລິການ
9.1.2.1.1. ຫາລູກຄ້າຈາກທີ່ມີເງື່ອນໄຂໃຫ້ໄດ້ 60ຄົນ/ໄຕຣມາດ ແລະ ຈະຕ້ອງໂຄສະນາໃຫ້ໄດ້ 30 ໜ່ວຍໃນ 1 ໄຕຣມາດ
9.1.2.2. ໜ່ວຍສາລະວັນ
9.1.2.2.1. ຫ້ອງການສຶກສາ 3 ເມືອງ - 30 ຄົນ ແລະ ຫ້ອງການຕ່າງໆ 20 ຄົນ
9.1.2.3. ໜ່ວຍເຊກອງ
9.1.2.3.1. ໂທໂຄສະນາຜະລິດຕະພັນເງິນກູ້ໃຫ້ໄດ້ຢ່າງໜ້ອຍ 16 ຄົນຕໍ່ເດືອນ/ ພະນັກງານສິນເຊື່ອຄົນໜຶ່ງ ແລະ ຈະຕ້ອງມີລູກຄ້າກັບມາໃຊ້ບໍລິການຈຳນວນ 50 ຄົນໃນໄຕມາດ 01
9.1.2.4. ໜ່ວຍອັດຕະປື
9.1.2.4.1. ດຶງລູກຄ້າເກົ່າໃຫ້ກັບມາໃຊ້ບໍລິການຢ່າງໜ້ອຍ15ຄົນພາຍໃນເດືອນມັງກອນ
9.1.3. ລະດົມລູກຄ້າເກົ່າທີ່ໃກ້ຈະຄົບກຳນົດພາຍໃນ 3-6 ເດືອນໃຫ້ມາຫັກບັນຊີຢືມໃໝ່ໃຫ້ໄດ້ 80% ຂອງຈຳນວນລູກຄ້າຈະຄົບສັນຍາ
9.1.3.1. ໜ່ວຍເຊກອງ
9.1.3.1.1. ໂທໂຄສະນາຜະລິດຕະພັນເງິນກູ້ໃຫ້ໄດ້ຢ່າງໜ້ອຍເດືອນລະ 17 ຄົນຕໍ່ເດືອນ ແລະ ຈະຕ້ອງມີລູກຄ້າມາອ່ວຍບັນຊີຢືມໃໝ່ໃຫ້ໄດ້ຢ່າງໜ້ອຍ 120 ຄົນໃນໄຕມາດ 01
9.1.4. ພະແນກບໍລິການ
9.1.4.1. ເພີ່ມຈຳນວນການຮັບເອກະສານສຳນວນເງິນກູ້ໃຫ້ໄດ້ 25 ຊຸດຕໍ່ວັນ ຈະເລີ່ມຕົ້ນເດືອນທີ3/19
10. ຂະຫຍາຍຖານລູກຄ້າເງິນຝາກ ແລະ ເພີ່ມຍອດເຫຼືອເງິນຝາກມີກຳນົດ
10.1. ພາກສ່ວນບໍລິການ - COO
10.1.1. ມີ 01 ຜະລິດຕະພັນໃໝ່ໃນໄຕມາດ 1 (ຫຼຸດວົງເງິນຝາກມີກຳນົດຂັ້ນຕ່ຳສຳລັບຜະລິດຕະພັນໃໝ່ ເລີ່ມຕົ້ນ 1,000,000 ກີບ/ບັນຊີ)
10.1.1.1. ໜ່ວຍເຊກອງ
10.1.1.1.1. ລວບລວມຄຳຄິດຄຳເຫັນຂອງພະນັກງານ ແລະ ລູກຄ້າທີ່ມາໃຊ້ບໍລິການພາຍໃນໜວ່ຍ ຢ່າງຕຳ່ໃຫ້ໄດ້ 100ຄົນຂຶ້ນໄປ ໃຫ້ສຳເລັດກ່ອນວັນທີ 28/2/19
10.1.2. ຫາລູກຄ້າເງິນຝາກໃຫ້ໄດ້ 100 ຄົນຕໍ່ແຂວງພາຍໃນ 03 ເດືອນ
10.1.2.1. ໜ່ວຍສາລະວັນ
10.1.2.1.1. ຕິດຕາມຜົນໄດ້ຮັບຈາກຜູ້ທີ່ສົນໃຈເຂົ້າມາເປີດບັນຊີນຳໃຫ້ໄດ້ເດືອນລະ 25 ບັນຊີໃນທ້າຍເດືອນ
10.1.2.2. ໜ່ວຍເຊກອງ
10.1.2.2.1. ເກັບກຳລາຍຊື່ ແລະ ເບີໂທລະສັບຂອງລູກຄ້າຜູ້ທີ່ສົນໃຈ ເພື່ອໂທຕິດຕາມ. ເດືອນມັງກອນໃຫ້ໄດ້ 30ຄົນ, ເດືອນກຸມພາໃຫ້ໄດ້ 30 ຄົນ, ເດືອນມິນາໃຫ້ໄດ້ 40ຄົນ
10.1.2.2.2. ລູກຄ້າມາເປີດບັນຊີ - ຜົນໄດ້ຮັບຈະສາມາດເປີດໄດ້ເດືອນລະ 20 ບັນຊີ
11. ສ້າງລະບົບການໃຫ້ບໍລິການໃຫ້ມີຄວາມສະດວກສະບາຍ ແລະ ໜ້າປະທັບໃຈ
11.1. ພາກສ່ວນບໍລິການ - COO
11.1.1. ສຳຫຼວດຄວາມຕ້ອງການຂອງລູກຄ້າ ເພື່ອມາເປັນຂໍ້ມູນໃນການປັບປຸງ ຫຼື ອອກຜະລິດຕະພັນໃໝ່ ໃຫ້ໄດ້ຢ່າງໜ້ອຍ 100 ຄົນ
11.1.1.1. ພະແນກບໍລິການ
11.1.1.1.1. ດຳເນີນການສຳຫຼວດຄວາມຕ້ອງການຂອງລູກຄ້າພາຍໃນ ແລະ ພາຍນອກສະຖານທີ່. ອີງຕາມແບບຟອມສອບຖາມຂອງພະແນກການຕະຫຼາດໃຫ້ໄດ້ 200 ຄົນ ຕໍ່ 1 ໄຕຮມາດ
11.1.1.1.2. ສ້າງບົດແນະນຳການໃຫ້ບໍລິການທີ່ເປັນມາດຕະຖານດຽວກັນທົ່ວລະບົບ ສຳເລັດໃນໄຕຣມາດ 1
11.1.1.2. ໜ່ວຍສາລະວັນ
11.1.1.2.1. ເກັບກຳຂໍ້ມູນຈາກລູກຄ້າ ແລະ ຄຳເຫັນຂອງພະນັກງານເພື່ອນຳມາສະເໜີທາງພະແນກການຕະຫຼາດເພື່ອພັດທະນາຜະລິດຕະພັນໃໝ່ໃຫ້ໄດ້ 50 ຄົນ/ເດືອນ
11.1.2. ສ້າງຂັ້ນຕອນການເຮັດໜ່ວຍບໍລິການເຄື່ອນທີ່ ໃຫ້ສຳເລັດໃນເດືອນມີນາ ປີ 2018 ເພື່ອກະກຽມຄວາມພ້ອມໃນການໃຫ້ບໍລິການລູກຄ້ານອກສະຖານທີ່ (ກະກຽມຄວາມພ້ອມໃຫ້ສຳເລັດກ່ອນການບໍລິການໃນໄດມາດຖັດໄປ)
12. ແກ້ໄຂໜີ້ທວງຍາກ ແລະ ໜີ້ສູນ
12.1. ພາກສ່ວນບໍລິການ - COO
12.1.1. ແກ້ໄຂໜີ້ຄ້າງເກີນ 90 ວັນໃຫ້ໄດ້ 50% ຂອງຈຳນວນລູກຄ້າທີ່ຄ້າງໃນແຕ່ລະເດືອນ
12.1.1.1. ພະແນກບໍລິການ
12.1.1.1.1. ແກ້ໄຂໜີ້ທີ່ຍັງຄ້າງນຳໜ່ວຍທີ່ ຫຼື ການເງິນເອົາເງິນໄປໃຊ້ກ່ອນ ໃຫ້ລົດລົງ 90% ຂອງຈຳນວນໜ່ວຍທີ່ຍັງຄ້າງໃນເດືອນກ່ອນ
12.1.1.2. ໜ່ວຍເຊກອງ
12.1.1.2.1. ແກ້ໄຂໜີ້ຄ້າງເກີນ 90 ວັນໃຫ້ໄດ້ 5ຄົນໃນແຕ່ລະເດືອນ
12.1.2. ສະກັດກັ້ນບໍ່ໃຫ້ລ້າງໜີ້ສູນເກີນ 0.1% ທຽບກັບສຍອດເຫຼືອເງິນກູ້ ໃນທ້າຍໄຕມາດ 2 ແລະ ໄຕມາດ 4
12.1.2.1. ພະແນກບໍລິການ
12.1.2.1.1. ຕິດຕາມແກ້ໄຂປີດບັນຊີໃຫ້ໄດ້ 6 ຄົນພາຍໃນທ້າຍໄຕຣມາດທີ 1 ເປັນຢ່າງນ້ອຍ
12.1.2.1.2. ເກັບຄືນໜີ້ສູນທີ່ຍັງຄ້າງໃຫ້ໄດ້ 19.000.000 ກີບຕໍ່ເດືອນ
12.1.2.2. ໜ່ວຍເຊກອງ
12.1.2.2.1. ເກັບກູ້ຄືນໜີ້ສູນໃຫ້ໄດ້ 2,000,000 ກີບຕໍ່ເດືອນ
12.1.2.3. ໜ່ວຍອັດຕະປື
12.1.2.3.1. ເກັບຄືນໜີ້ສູນໃຫ້ໄດ້ 9,000,000 ກີບ ໃນ 1 ໄຕມາດ
12.1.3. ພະແນກບໍລິການ
12.1.3.1. ສົ່ງໃບມອບສີດຕັດເງິນຜ່ານລະບົບໂອໂຕ້ເດວິດໃຫ້ໄດ້ 90% ຂອງລູກຄ້າ ATM ຂອງທະນາຄານການຄ້າເທົ່າກັບ 974 ຄົນໃຫ້ສຳເລັດໃນທ້າຍໄຕຣມາດ 1